วันศุกร์ที่ 7 มีนาคม พ.ศ. 2551

ບ້ານນາງຽບເຫງົາ



ຍາມເມື່ອເດືອນສາມຂ້ອນ...........ຄິດຮອດປ່າຜາດອນ
ຄິດເຖິງຄອນເຄີຍງອຍ..............ເພິ່ງພິງເນົາຢັ້ງ
ຄິດເຖິງຮັງເຮືອນຢ້າວ...............ຖຽງນາຕູບຕ່ຳ
ຄິດເຖິງນ້ອງກ່າວເວົ້າ................ສຽງຈ້ອຍອອ່ຍໃສ່ຫູ ເດນໍ.

ຄິດເຫັນພົ້ວຍອດຊູ້....................ເຄີຍຄຽງຄູ່ຮຽງໝອນ
ມາຈາກຈອນໜີນາ......................ສູ່ວຽງວັງກວ້າງ
ເຄີຍເປັນພວງສະບາເອ້................ຖຽງນາງາມສະຫງ່າ
ນ້ອງມາໄກຫ່າງໜ້າ.....................ໜີອ້າຍບໍ່ອວ່ຍຄືນ

ເຫັນດອກຈານອ້າຍສະອື້ນ..............ຍ້ອນພາບເກົ່າຄາວຫລັງ
ເຄີຍມີນາງເດີນຮຽງ......................ຄູ່ກັນຄາວນັ້ນ
ດຽວນີ້ວັນວານປີ້ນ........................ຜັນໄປບໍ່ໂຄ້ງຕ່າວ
ໃຈພີ່ຊາຍສຸດປວດລ້າວ................ໜາວຮ້ອນຢູ່ບໍ່ເປັນ

ເຫັນທ້ອງຟ້າເວີ້ງວ້າງ.................ເປົ່າວ່າງເໝືອນຄົນພອຍ
ເໝືອນນົກເຂົາໂທນງອຍ...............ຢູ່ຄອນບໍ່ມີຊູ້
ໃຈອົດສູທົນສູ້............................ຄອງຄ້ອຍຖ້ານ້ອງຢູ່
ຢາກໃຫ້ນາງຮັບຮູ້.......................ວ່າໃຈອ້າຍຫ່ວງຫາ

ກັບຄືນນາສາເຖີດນ້ອງ.................ພໍ່ ແລະ ແມ່ເພິ່ນຖາມຫາ
ທັງເພື່ອນລູງອາວອາ....................ໝູ່ເຮົາຄະນິງນ້ອງ
ຢ່າໄດ້ໄປຫລົງຫ້ອງ.....................ວັງທອງເມືອງໃຫຍ່
ອ້າຍຍັງຄອຍມອບຫົວໃຈ, ຫວັງໃຫ້ນາງເປັນລູກໄພ້.....ມານດາອ້າຍຜູ້ຢູ່ນາ.
ໂດຍ ວາໂຍ
ຈາກອິນລາວ
ວາໂຍໂພຍພັດຕ້ອງ…………ໃບຕອງໄຜ່ຢູ່ປາຍນາ
ນໍ້າຕາຊາຍລິນໄຫຼ…………..ນັ່ງຄະນິງນວນນ້ອງ
ປ່ອຍອ້າຍຄອງຄອຍຖ້າ……..ຢູ່ຖຽງນາແຄມປ່າ
ຄົນຮັກບິນເວິ່ນຟ້າ…………..ລາອ້າຍເຂົ້າສູ່ກຸງ….ຊັ້ນບໍອ້າຍ ?

ໃຈອ້າຍຍັງມາດມຸ້ງ………ປະສົງນຶ່ງນາງດຽວ
ບໍ່ເຄີຍຫຼຽວແລມອງ……………ສ່ອງຕາມແຄມຮົ້ວ
ອ້າຍນັ່ງມົວຫມອງເສົ້າ………ເຫງົາຊົງງົງຢູ່ກາງທົ່ງ
ເຝົ້າພະວົງຫຼົງດອກຟ້າ…………….ຜູ້ໄປຫນ້າບໍ່ຕ່າວຄືນ

ໄດ້ຍິນສຽງສະອື້ນ………………ມາຮອດປ່າໄພພະນອມ
ດອກຂະຍອມນາງອົດສາ……….ສົ່ງກິ່ນຫອມມາຫາອ້າຍ
ຊາຍພັດເມີນຫນີຫນ້າ……ບໍ່ຫຼຽວຫຼັງຄືນມາ……ຫາດອກໄມ້ຢູ່ແຄມປ່າ
ທຸກຄືນວັນອ້າຍນັ່ງຖ້າ………...ຊິເປັນບ້າປ່ວຍໃຈ

ບ້ານນາມີດອກໄມ້…………ຫຼາຍພວກພັນສນິດ
ຕິດຕໍ່ກັນເປັນພວງ……………ຫ້ອຍຢັງຢາຍເອ້
ສະເລເຕບານຊ້ອນ………….ລາມຊອນລອນດອກໄມ້ປ່າ
ຂາດຢ່າງດຽວຄື “ ດອກຟ້າ” ……......ທົ່ງນານ້ອງແມ່ນບໍ່ມີ…..ອ້າຍເອີຍ
ໂດຍດອກໄມ້ປ່າໂຕ້ຕອບວາໂຍ


ເຖິງ: ດອກໄມ້ປ່າ

ແມ່ນແລ້ວນ້ອງດອກຟ້າ...................ດອກໄມ້ປ່າປະດັບດົງ
ຊາຍນີ້ຄົງຄະນິງຫາ........................ຫວ່ງນາງຜູ້ໄກບ້ານ
ນ້ອງເຄີຍບານຢູ່ແຄມຮົ້ວ..................ຖຽງນາຟ້າຕ່ຳໆ
ທົ່ງນາຟ້າສີຄາມ, ຍາມວາໂຍພັດຕ້ອງ...ໃຈເຮົາຂ້ອງກ່ຽວກັນ

ດຽວນີ້ນາງຈອນຈາກບ້ານ.....................ມຸ້ງສູ່ເມືອງໄກ
ຈັກແມ່ນແວໄປຫົນໃດ.......................ປ່ອຍໃຫ້ຊາຍຄອຍເກີ້
ຫລືວ່ານາງເດີນດັ້ນ..........................ໄປໄກຂ້າມຝັ່ງ
ໄປເຮັດວຽກຢູ່ວຽງວັງ, ໃນປະເທດເພື່ອນບ້ານ.....ໄປບານແຍ້ມຢູ່ຖິ່ນໄທຍ໌ ພຸ້ນບໍ

ໃຈອ້າຍຄິດງ່ຽງງໍ້..........................ຍ້ອນນ້ອງພີ່ມີໄພ
ໃຈພະວົງຄະນິງຫາ........................ສູ່ວັນບໍ່ມີເວັ້ນ
ເຫັນຂ່າວຄາວສາວລາວໄຫ້...............ຍ້ອນນາຍທຶນຂົ່ມຂີ່
ຫົວໃຈອ້າຍຄິດບໍ່ດີ, ຢ້ານວ່າຖືກນາດນ້ອງ.....ຈິ່ງເຮຮ້ອງຫວ່ງຫາ

ຄັນວ່ານ້ອງຮັບຮູ້............................ຂໍໃຫ້ຕ່າວກັບມາ
ສູ່ບ້ານນາທີ່ຍັງຄອຍ........................ຢ່າປ່ອຍໃຈຈົນລືມບ້ານ
ກັບມາບານຢູ່ດົງກວ້າງ.....................ຫອມຫວນຂ້າງໆພີ່
ດີກວ່າໄປຮ່ຳໄຫ້........................... ຟູມແກ້ມກິ່ນນ້ຳຕາ.
ວາໂຍ ຕອບ ດອກໄມ້ປ່າ

ຄິດຮອດຈຳປາແດງ

ຈຳປາແດງຈາກຕົ້ນ……..ສຽງຄົນຊ່າອຶກກະທຶກ
ເຈົ້າຊ່າງໄລລືມກົກ…………ກິ່ງເດີມດາເຄົ້າ
ພວກຜູ້ສາວຫຼືຄົນເຖົ້າ……ສອງສາມຊາວກໍນັ່ງເຈົ່າ
ເຫັນແຕ່ເຫງົ້າເກ່ເດ່ຮ້າງ………ເກສອນອ້າຢູ່ຖິ່ນໃດ ?

ເຈົ້າຜູ້ດວງດອກໄມ້…………ເຄີຍບານຢູ່ກາງໃຈ…..ຄົນລາວເຮົາ
ເກີດຢູ່ໃນວັງຫຼວງ...............ທ່າມກາງປະຊາເຊື້ອ
ສັງມາເຫຼືອແຕ່ພຽງຊິ້ນ...........ໄດ້ຍິນພຽງຕັ້ງແຕ່ຊື່
ຈຳປາແດງດວງລື............ຄືມາປະປ່ອຍຕົ້ນ......ໃຫ້ຄົນໄຫ້ຈົ່ມຫາ

ຫຼືຢາກເປັນດອກຟ້າ............ມາລາມິ່ງເມືອງແມນ...ຊັ້ນບໍ?
ຈຶ່ງແລ່ນຫນີປະກົກ............ປ່ອຍຮຽວຮາມເສົ້າ
ເຫຼືອແຕ່ເງົາງາມໄວ້..........ໃບຂຽວກໍລ້ວງຫຼົ່ນ
ກີບສີແດງຂຸຈາກຕົ້ນ..........ຍັງຫອມກຸ້ມທົ່ວນະຄອນ

ຍິນແຕ່ສຽງອອດອ້ອນ..........ອາວອນສົ່ງກະວີຫາ
ດອກຈຳປາທີ່ເຄີຍຄຽງ...........ຄູ່ນະຄອນພັດລາຕົ້ນ
ນ້ອງນີ້ບຸນຜລານ້ອຍ..............ເປັນຄົນພອຍເກີດຢູ່ປ່າ
ເປັນດອກໄມ້ທີ່ໄຮ້ຄ່າ........ບາກຫນ້າມາສູ່ບ້ານ.....ບານໄດ້ກໍບໍ່ຫອມ...ອ້າຍເອີຍ

ດອກຂະຍອມຂາດຊູ້...........ຢູ່ກາງປ່າໄພຫນາ
ມາເຫັນດວງຈຳປາ...........ທີ່ຊ່າລືໄກກໍ້າ
ຄ້ອຍຄໍ່າແລງລົງຄ້ອຍ.......ລອຍຕາມລົມໄກວແກວ່ງ
ຫອມກິ່ນຈຳປາແດງ......ກີບແຫ້ງຂຸກະແດ້ງ......ຍັງຫອມເລື້ອຍບໍ່ປ່ຽນແປງ....ນໍອ້າຍນໍ
ໂດຍດອກໄມ້ປ່າ

ເຕົ້າດອກໄມ້ຢູ່ເທິງໂຕ໊ະ


ເຕົ້າດອກໄມ້ງາມອາດເອ້............................ປະດັບທີ່ເທິງໂຕ໊ະ
ມັນຊ່າງມີສີສັນ...........................................ງົດງາມເຫຼືອຊິ້ເວົ້າ
ເໝືອນກັບແພຜືນຜ້າ.....................................ທີ່ຄົນເຮົາໄດ້ຮົ່ມນຸ່ງ
ມຸ້ງສູ່ຄວາມາດແມ້ງ.......................................ປະດັບເອ້ສ່ວນກາຍ

- ເຕົ້ານັ້ນເໝືອນດັ່ງກາຍຄົນນີ້.........................ຫາທີ່ອະຈິຣັງ ບໍ່ມີແລ້ວ
ມີມັງສັງໜັງຂົນ...........................................ເຫີ່ອໃຄເໝັນເອົ້າ
ບາດເອົາແພຜືນຜ້າ......................................ເຫຼືອງແດງມາຫຸ້ມຫໍ່
ໃຜກໍຍໍຍົກຍ້ອງ............................................ວ່າຄົນພຸ້ນງົດງາມ

- ມີນ້ອຍຄົນຍົກຍ້ອງ.....................................ວ່າເຄື່ອງນຸ່ງງາມຫຼາຍ
ທັງຫຼາຊວນຊົມຍົກ........................................ຕໍ່ຄົນວ່າງາມລົ້ນ
ຫາກເອົາສີມາແຕ້ມ.......................................ປະໂລມກາຍຫອມກຸ່ນ
ຄົນທັງຫຼາຍກໍຍິ່ງວຸ້ນ......................................ສະຫງວນກ້ຽວກອດຊົມ

- ບໍ່ເຫັນໃຜຍົກຍ້ອງ......................................ວ່າແປ້ງເພີ່ນຈັ່ງແມ່ນດີ
ຊ່າງວ່າມີສີສັນ.............................................ງົດງາມໄປຕາມເຣື້ອງ
ມີແຕ່ເຍືອງທາງຍ້ອງ......................................ຍໍຄົນໃຫ້ພົ້ນເດັ່ນ
ມັນຫາກເປັນເຊັ່ນນີ້........................................ໂລກາກວ້າງມະນຸດເຮົາ

- ເໝືອນດັ່ງກັບດອກໄມ້.................................ປະດັບທີແຈກັນ
ຄົນກໍສັນວາຈາ.............................................ຮຽກຊື່ມ່ວນມັນນາມແທ້
ທັງແຈກັນກໍສັນເວົ້າ........................................ເຕົ້າດອກໄມ້ເຂົາກໍກ່າວ
ເປັນເຣື່ອງຣາວທີ່ຮັບຮູ້.....................................ໃຫ້ຄົນໄດ້ຈີ່ຈຳ

ເຫດດັ່ງນັ້ນ ຄົນຈະງາມເລີດລ້ຳ.........................ຕ້ອງຕົບແຕ່ງແປງກາຍ
ໃຫ້ງົດງາມປະເສີດສີ.......................................ເອົາເຄື່ອງແພງປະດັບເອ້
ຫາກບໍ່ມີທັມປະດັບເບື້ອງ....................................ສ່ວນກາຍກໍໝອງໝົ່ນ
ຕົນຕົວງາມຢາດຢ້ອຍ.......................................ຣາຄານ້ອຍຄ່າບໍ່ສູງ ເຈົ້າເອີຍ
ໂດຍທ່ານຫາ
ຈາກເວທີກາບກອນອິນລາວ

วันพฤหัสบดีที่ 6 มีนาคม พ.ศ. 2551

ວິສາຂະລ້ຳຣືກ


ວິສາຂະມາດລໍາລຶກ
- ສິບນິ້ວຍົກໃສ່ເກົ້າ ເນົາແນບເໜືອສຽນ
ລຽນລໍານໍາຊູຖວາຍ ອົງຊຸລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ ອະພິວັນທະນາການແນ້ວເນັ່ງ
ເປັ່ງວາຈາກ່າວໄຫວ້ ວັນທາໄທ້ໜໍ່ພຸດໂທ
- ສຸຄະໂຕເລີດລໍ້າ ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຝາຍ ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ ວັນທານ້ອມຍົກຍໍ
- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້ ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ ຈະເຣີນກ້າວຮຸ່ງເຮືອງ
- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫລວງ
ນໍາປວງຊົນນະຄອນຄາມ ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ ກໍນໍາຂ້າມບໍ່ໃຫ້ຫລໍ
- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ ຜູ່ອັ່ງນອງພຣະທັມແທ້
ນັບວ່າມີຄຸນລໍ້າ ຫາໃຜທຽມທັນທ່ານ
ຈັກກະວານກ່າຍ້ອງ ນໍາພົນຂ້າມພຣະນິບພານ
- ຄຸນພຣະອົງເກີນກວ່າລ້ານ ລົ້ນລືນເກີນນັບ
ຈັບເອົາພຽງພໍຈາ ກໍຍິ່ງສູງສະເໝີຟ້າ
ພຣະປັນຍາຄຸນກ້າ ພຣະສັດທັມສັດຈະເຈດ
ພຣະອົງເທເທດໄວ້ ຫລາຍລົ້ນລື່ນໄຕຣ
- ພຣະບໍຣິສຸດທິຄົນໄດ້ ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫລົງເຫລືອໄວ້ ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ ສະເດັດເຂົ້າສູ່ນິບພານ
- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫລືອຫລາຍ ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ ໂອຄະຫລວງອັນກວ້າງໃຫຍ່
ເໜືອດແຜ່ນໄຕຣພົບພື້ນ ຕາມເບື້ອງບາດພຣະອົງ
- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫລາຍລ້ວນ ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້ ສະເໝີດ້າມດັ່ງກັນ
- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45 ວັດສາການ ບໍ່ເນັ່ງເນົາສະບາຍຊໍ້າ
ຫວັງເພື່ອນໍາພົນຂ້າມ ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດພຣະອົງສ້າງ ຄວນອ້າງກ່າວເຖິງ
- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົກເປື້ອງ ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫລຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ
- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ ໂຜດຄົນທີ່ມານ້ອມ
ທັງໝູ່ຣາຊາເຈົ້າ ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້ ປະຊາເຊື້ອທຸກຄົນ
- ປາໂທເສ ມືດອໍ່າຄໍ້າ ມືດມີ່ຕາເວັນຕົກ
ພຣະອົງເທສນາສອນ ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ ຖາມບັນກາທູນເຫດ
ພຣະອົງເທເທດໃຫ້ ໄຂແຈ້ງຍົກພຣະທັມ
- ອັຕຖະຣະເຕ ກໍ້າ ເດີກດື່ນທ່ຽງຄືນ
ຝູງໝູ່ຄົນທັມມະດານອນ ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ ພຣະພຣົມມາຖາມເຫດ
ພຣະອົງເທເທດໃຫ້ ໄຂແຈ້ງບໍ່ເສື່ອງອໍາ
- ປັດຈຸດເສ ແສງທອງກໍ້າ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫລິງ ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ ກວາມໄຕຣໂລກດ່ານ
ເຫັນສ່ອງຍານຢັ່ງຮູ້ ຄົນທີ່ຕ້ອງໄປຊ່ວຍປອງ
- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ ຄະນິງເບື້ອງຫ່ອມພຣະທັມ
- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນທັງໂລກາ
ຍົກເອົາວັນວິສາຂະມາ ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ ພຣະອົງໄວ້ແລ້ວໄຕ່ຕາມ
- ຊາວພຸດລາວເຮົາບໍ່ໄດ້ຂ້າມ ກ້າວກ່າຍແລະລືມຫລົງ
ເຖິງວັນເພັງເດືອນຫົກ ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເຣີນຂຶ້ນ ພັດທະນາເອກຣາດ
ຫລາຍຮ້ອຍປີລ່ວງຂ້າມ ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.