วันพฤหัสบดีที่ 6 มีนาคม พ.ศ. 2551

ວິສາຂະລ້ຳຣືກ


ວິສາຂະມາດລໍາລຶກ
- ສິບນິ້ວຍົກໃສ່ເກົ້າ ເນົາແນບເໜືອສຽນ
ລຽນລໍານໍາຊູຖວາຍ ອົງຊຸລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ ອະພິວັນທະນາການແນ້ວເນັ່ງ
ເປັ່ງວາຈາກ່າວໄຫວ້ ວັນທາໄທ້ໜໍ່ພຸດໂທ
- ສຸຄະໂຕເລີດລໍ້າ ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຝາຍ ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ ວັນທານ້ອມຍົກຍໍ
- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້ ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ ຈະເຣີນກ້າວຮຸ່ງເຮືອງ
- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫລວງ
ນໍາປວງຊົນນະຄອນຄາມ ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ ກໍນໍາຂ້າມບໍ່ໃຫ້ຫລໍ
- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ ຜູ່ອັ່ງນອງພຣະທັມແທ້
ນັບວ່າມີຄຸນລໍ້າ ຫາໃຜທຽມທັນທ່ານ
ຈັກກະວານກ່າຍ້ອງ ນໍາພົນຂ້າມພຣະນິບພານ
- ຄຸນພຣະອົງເກີນກວ່າລ້ານ ລົ້ນລືນເກີນນັບ
ຈັບເອົາພຽງພໍຈາ ກໍຍິ່ງສູງສະເໝີຟ້າ
ພຣະປັນຍາຄຸນກ້າ ພຣະສັດທັມສັດຈະເຈດ
ພຣະອົງເທເທດໄວ້ ຫລາຍລົ້ນລື່ນໄຕຣ
- ພຣະບໍຣິສຸດທິຄົນໄດ້ ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫລົງເຫລືອໄວ້ ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ ສະເດັດເຂົ້າສູ່ນິບພານ
- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫລືອຫລາຍ ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ ໂອຄະຫລວງອັນກວ້າງໃຫຍ່
ເໜືອດແຜ່ນໄຕຣພົບພື້ນ ຕາມເບື້ອງບາດພຣະອົງ
- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫລາຍລ້ວນ ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້ ສະເໝີດ້າມດັ່ງກັນ
- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45 ວັດສາການ ບໍ່ເນັ່ງເນົາສະບາຍຊໍ້າ
ຫວັງເພື່ອນໍາພົນຂ້າມ ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດພຣະອົງສ້າງ ຄວນອ້າງກ່າວເຖິງ
- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົກເປື້ອງ ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫລຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ
- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ ໂຜດຄົນທີ່ມານ້ອມ
ທັງໝູ່ຣາຊາເຈົ້າ ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້ ປະຊາເຊື້ອທຸກຄົນ
- ປາໂທເສ ມືດອໍ່າຄໍ້າ ມືດມີ່ຕາເວັນຕົກ
ພຣະອົງເທສນາສອນ ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ ຖາມບັນກາທູນເຫດ
ພຣະອົງເທເທດໃຫ້ ໄຂແຈ້ງຍົກພຣະທັມ
- ອັຕຖະຣະເຕ ກໍ້າ ເດີກດື່ນທ່ຽງຄືນ
ຝູງໝູ່ຄົນທັມມະດານອນ ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ ພຣະພຣົມມາຖາມເຫດ
ພຣະອົງເທເທດໃຫ້ ໄຂແຈ້ງບໍ່ເສື່ອງອໍາ
- ປັດຈຸດເສ ແສງທອງກໍ້າ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫລິງ ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ ກວາມໄຕຣໂລກດ່ານ
ເຫັນສ່ອງຍານຢັ່ງຮູ້ ຄົນທີ່ຕ້ອງໄປຊ່ວຍປອງ
- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ ຄະນິງເບື້ອງຫ່ອມພຣະທັມ
- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນທັງໂລກາ
ຍົກເອົາວັນວິສາຂະມາ ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ ພຣະອົງໄວ້ແລ້ວໄຕ່ຕາມ
- ຊາວພຸດລາວເຮົາບໍ່ໄດ້ຂ້າມ ກ້າວກ່າຍແລະລືມຫລົງ
ເຖິງວັນເພັງເດືອນຫົກ ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເຣີນຂຶ້ນ ພັດທະນາເອກຣາດ
ຫລາຍຮ້ອຍປີລ່ວງຂ້າມ ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.

1 ความคิดเห็น:

Unknown กล่าวว่า...

ขออนุญาตมาศึกษอ่านอักษรนะครับ